ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

29/07/2025

ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2025 ທີ່ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຈຳປາສັກ, ໃຫ້ກຽດເຂົ້າຮ່ວມພ້ອມມອບໃບຢັ້ງຢືນໃຫ້ແກ່ບັນດາໜ່ວຍພັກ ຂອງສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ສົມຈິດ ໂພທິສານ ຮັກສາການເລຂາຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ສາທິດ ປັດສາພັນ ຮັກສາການເລຂາໜ່ວຍພັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະກໍາມະການປ້ອງກັນພັກຂັ້ນແຂວງ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ 57 ສະຫາຍ, ຍີງ 27 ສະຫາຍ.

ໃນພິທີສະຫາຍ ສົມຈິດ ໂພທິສານ ຮັກສາການເລຂາຄະນະພັກຮາກຖານໄດ້ສະຫຼຸບຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2024 ເຊິ່ງຮາກຖານພັກ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຈຳປາສັກ ມີພາລະບົດບາດ, ສິດ ແລະ ໜ້າທີ່ ໃນການສຶກສາອົມຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ນໍາພາເຕົ້າໂຮມຄວາມສາມັກຄີ, ຮັກສາຄວາມ ສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້, ສົ່ງເສີມຄະນະພັກ, ຄະນະໜ່ວຍ, ສະມາຊິກພັກ ແລະ ມະຫາຊົນ ໃນທົ່ວຮາກຖານ ຈັດຕັ້ງປະຕິບັດພາລະບົດບາດ ຢ່າງຖືກຕ້ອງ, ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ ແລະປັບປຸງລະບົບການຈັດຕັ້ງພັກ ໄດ້ນໍາພາດໍາເນີນຊີວິດການເມືອງ, ຕິດພັນກັບ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເຮັດໃຫ້ເນື້ອໃນຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດໃນແຕ່ລະໄລຍະ ປະກອບສ່ວນຢ່າງຕັ້ງໜ້າ ໃນການພັດທະນາກົມກອງ ໃຫ້ມີຜົນງານໃໝ່ໃຫ່ຍຫຼວງກວ່າເກົ່າ ແລະ ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.

ພິທີມອບ-ຮັບ ໃບຢັ້ງຢືນຂອງ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈໍາປາສັກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຄື:

1 ໜ່ວຍພັກ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ

2 ໜ່ວຍພັກ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ

3 ໜ່ວຍພັກ ບໍລິສັດ ລັດວິສາຫະກິດ ໄປສະນີລາວ ຈຳກັດ

4 ໜ່ວຍພັກ ບໍລິສັດ ອີທີແອລຈຳກັດ ສາຂາແຂວງຈໍາປາສັກ

ໂອກາດນີ້ສະຫາຍ ສະນັ່ນ ສີພາພົມມະຈັນ ກໍມີຄໍາເຫັນ ແລະ ໂອລົມຕໍ່ພິທີເພື່ອເປັນເຂັມຊີທິດເຍືອງທາງໃຫ້ແກ່  ສະຫາຍສະມາຊິກພັກ ພາຍໃນຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ອີກດ້ວຍ.

ຂ່າວ-ພາບ: ຂະແໜງຄວາມປອດໄພໄຊເບີ

 

ສະຖິຕິ ເຕັກໂນໂລຊີ ແລະ ການສື່ສານ
ເຕືອນໄພ ລະວັງຕົກເປັນເຫຍື່ອຂອງມິດສາຊີບ
ສ້າງ QR Code ສຳລັດພາກລັດ
ວິດີໂອ ການນຳໃຊ້ລະບົບຫ້ອງການທັນສະໄໜ
ຈຳນວນຜູ້ເຂົ້າເບີ່ງເວັບໄຊທ໌
ຕິດຕາມພວກເຮົາທາງ Facebook